ບໍລິສັດ ອາວີ ອິນເວດສເມັ້ນ, ມີຄໍາໝັ້ນສັນຍາຕໍ່ກັບບັນດາເປົ້າໝາຍ,ການພັດທະນາແບບຍືນຍົງ,ຂອງສະຫະປະຊາຊາດ ແລະ ພາຍໃຕ້ເປົ້າໝາຍທີ 3 ແລະ ເປົ້າໝາຍທີ 13 ເຊິ່ງກ່ຽວຂ້ອງກັບເປົ້າໝາຍດ້ານສຸຂະພາບ, ການເປັນຢູ່ທີ່ດີ ແລະ ການຮັບມືກັບການປ່ຽນແປງ-ດິນຟ້າອາກາດ ຕາມລໍາດັບ

Focused to achieving the UN Sustainable Development Goals, namely Goals 3 and 13 concerning health and climate change mitigation, respectively.

ເພື່ອຮັບປະກັນ ໃຫ້ການດໍາເນີນວຽກງານໄດ້ຕາມແຜນ ແລະ ມີປະສິດທິຜົນສູງ, ພວກເຮົາກໍ່ຍັງຈະໄດ້ສືບຕໍ່ລົງທຶນໃນການຂະຫຍາຍຖານການຜະລິດ ແລະ ຍົກສູງມາດຕະຖານເຕັກນິກ, ເຄື່ອງມືຮັບໃຊ້, ກົນຈັກທີ່ຈໍາເປັນໃນສາຍພານການຜະລິດໃນການຂຸດຄົ້ນບໍ່ແຮ່,ເພື່ອໃຫ້ສາມາດລົງມືຂຸດຄົ້ນ ແລະ ຜະລິດແຮ່ຕາມແຜນການທີ່ວາງໄວ້. 

ບໍລິສັດ ໄດ້ເຊັນສັນຍາ, ຮັບຂາຍແຮ່ໄວ້ເປັນຈໍານວນຫຼາຍ ແລະ ລູກຄ້າບາງລາຍ ກໍ່ໄດ້ໂອນເງິນມັດຈໍາໄວ້ລ່ວງໜ້າ.A contract has been signed by thebusiness to purchase a significant quantity of minerals for sale, and severalclients have already sent deposits in advance.

ວິໄສທັດ

ອີງຕາມສະພາບແວດລ້ອມສາກົນ,ຈຸດພິເສດ, ສະພາວະຄວາມເປັນຈິງ ແລະ ແນວທາງຍຸດທະສາດຂອງການພັດທະນາ ສປປ ລາວ, ລັດຖະບານແຫ່ງ ສປປລາວ,ໄດ້ວາງວິໄສທັດຂອງການພັດທະນາປະເທດໄວ້ດັ່ງນີ້. ສປປລາວ,ໄດ້ສ້າງບາດລ້ຽວໃໝ່,ໃນແຜນການພັດທະນາ,ໃຫ້ກາຍເປັນປະເທດທີ່ມີລາຍຮັບສູງຕາມທິດເສດຖະກິດ-ສັງຄົມ, ພູມປັນຍາ, ສີຂຽວ. ແລະ ຍືນຍົງລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນເພີ່ມຂື້ນຫຼາຍກວ່າ 4 ເທົ່າຂອງປີ 2015,ມີອຸດສາຫະກຳເສົາຄໍ້າ ແລະ ໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ,ສຳລັບການຫັນເປັນອຸດສາຫະກຳ ແລະ ທີ່ທັນສະໄຫມ, ເສດຖະກິດຕະຫລາດ, ຕາມທິດສັງຄົມນິຍົມ, ສັງຄົມມີຄວາມສະຫງົບສຸກ, ຍຸຕິທຳ, ມີປະຊາທິປະໄຕ-ສີວິໄລ, ປະຊາຊົນບັນດາເຜົ່າ, ມີຄວາມສາມັກຄີເປັນປຶກແຜ່ນ, ພັດທະນາຕົວເມືອງ ແລະ ຊົນນະບົດ,ຊັ້ນຄົນຕ່າໆ, ຄຸນນະພາບຊີວິດ-ການເປັນຢູ່ຂອງປະຊາຊົນ,ໄດ້ຮັບການຍົກລະດັບສູງຂື້ນ-ຊັບພະຍາກອນມະນຸດ,ໄດ້ຮັບການພັດທະນາ,ສິດທິຂອງພົນລະເມືອງ,ຮັບປະກັນດ້ວຍການຄຸ້ມຄອງຈາກພາກລັດ, ເຊື່ອມຈອດຢ່າງກ້ວາງຂວາງ ແລະ ເລິກເຊິ່ງກັບພາກພື້ນ ແລະ ສາກົນ.

ການປຸງແຕ່ງ, ການຂາຍແຮ່ທາດ, ແຜນການຄຸ້ມຄອງ, ຕິດຕາມກວດກາ, ກ່ຽວກັບຄວາມປອດໄພຂອງບໍ່ແຮ່. ການນໍາໃຊ້ແຮງງານ

ແລະ ຟື້ນຟູເນື້ອທີ່ຄືນທີ່ໄດ້ຖືກຮັບຮອງ. ຈັດຕັ້ງຜັນຂະຫຍາຍການພັດທະນາເສດຖະກິດ-ສັງຄົມ ສ້າງບາດກ້າວໃຫ້ເຂັ້ມແຂງ-ສັງຄົມມີຄວາມສະຫງົບສຸກ, ມີປະຊາທິປະໄຕ ແລະ ຍຸດຕິທຳ. ຕັ້ງໜ້າສູ້ຊົນປະຕິບັດ, ຄາດໝາຍຫຼຸດພົ້ນອອກຈາກສະຖານະດ້ອຍພັດທະນາຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ຕາມທິດສີຂຽວ ແລະ ຍືນຍົງ.