ໃນຕອນທ່ຽງຂອງວັນພຸດ ທີ 30 ພະຈິກ 2023 ທີ່ ຫ້ອງວ່າການປົກຄອງເມືອງບົວລະພາ ແຂວງຄຳມ່ວນ ໄດ້ມີພິທີມອບໃບຍ້ອງຍໍ ໃຫ້ ບໍລິສັດ ອາວີບົວລະພາ ຈຳກັດຜູ້ດຽວ ທີ່ສະໜັບສະໜູນຫ້ອງວ່າການປົກຄອງເມືອງບົວລະພາ ແຂວງຄຳມ່ວນ ໃນປີ 2023 ທີ່ຜ່ານມາ. ເປັນກຽດຮັບໂດຍ ທ່ານ ຜາດອນ ອິນສະແຫວງ ອຳນວຍການ ບໍລິສັດ ອາວີ ບົວລະພາ, ມີຫົວໜ້າຫ້ອງການ ແລະ ຮັບໂດຍ ທ່ານ ບຸນກ້ວງ ເຈົ້າເມືອງໆ ບົວລະພາ ແຂວງຄຳມ່ວນ ແລະ ທ່ານ ສຸລິຍາ ,ຫົວໜ້າຫ້ອງການ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໃນຕອນທ້າຍພິທີ ທ່ານເຈົ້າເມືອງ, ຫົວໜ້າຫ້ອງການ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນເປັນທັງວັດຖຸ ແລະ ເງິນສົດ ໃນຕະຫຼອດປີ 2023 ທີ່ຜ່ານມາ ແລະ ອວຍພອນໃຫ້ບັນດາຜູ້ສະໜັບສະໜູນຈົ່ງປະສົບຜົນສຳເລັດໃນການດຳເນີນທຸລະກິດໃນປີ 2024 ຕະຫຼອດປີ ຕະຫຼອດໄປ.