ບໍລິສັດ ອາວີ ພູຢວນ ມາຍນິ້ງ ຈຳກັດຜູ້ດຽວ
ໃບທະບຽນວິສາຫະກິດ ເລກທີ: 006167/ຈທວ, ລົງວັນທີ: 21/02/2025
ທີ່ຕັ້ງສຳນັກງານໃຫ່ຍ: ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ(ປະເທດລາວ)
ທຶນຈົດທະບຽນ: 28,233,990,094 ກີບ
ລົງທຶນໃນໂຄງການປະມານ: 200,000,000 ໂດລາສະຫາລັດ

ທີ່ຕັັ້ງ ແລະ ເຂດສຳປະທານຂອງໂຄງການ: ບ້ານນາຕໍ, ເມືອງຄູນ ແຂວງຊຽງຂວາງ

ມີເນື້ອມີ່ສຳປະທານ ກວມເອົາ 1,356 ເຮັກຕາ ຕາມແຜນທີ່ ສະບັບເລກທີ: 20/DMM/2024, ລົງວັນທີ: 21/02/2024(ທີ່ກະຊວງພະລັງງານ ແລະບໍ່ແຮ່)

ຈຳນວນແຮ່ເຫຼັກທີ່ສຳຫຼວດມີປະມານ: 30,000,000 ໂຕນ, (ຄຸນນະພາບເປີເຊັນແຮ່ເຫຼັກປະມານ: 50-62%)
ຜະລິດຕະພັນແຮ່ເຫຼັກທີ່ສົ່ງອອກ ປີ2023: 1,000,000 ໂຕນ, ປີ2024: 1,500,000 ໂຕນ

ລວມການສົ່ງອອກ2023 ແລະ 2024: 2,500,000 ໂຕນ

ໂດຍລວມ

ບໍລິສັດ ໄດ້ດຳເນີນກິດຈະການ ສືກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ, ດຳເນີນການສຳຫຼວດແຮ່ທາດ ຄຽງຄູ່ກັບການຂຸດຄົ້ນໂດຍມີການຮັບຮອງບົດວິພາກ-ເສດຖະກິດຈາກ ກະຊວງພະລັງງານ-ບໍ່ແຮ່ ແລະ ບົດປະເມີນຜົນກະທົບຕໍ່ສີ່ງແວດລ້ອມຂອງ ບໍລິສັດ ຈຶ່ງສາມາດດຳເນີນຂຸດຄົ້ນ, ຜະລິດ ແລະ ປຸງແຕ່ງ ແຮ່ທາດໄດ້.

ພື້ນທີ່,ເຂດພັດທະນາຊັບພະຍາກອນແຮ່ເຫຼັກ ແລະ ປຸງແຕ່ງເພື່ອສົ່ງອອກສູ່ຕະຫລາດໂລກ,ບໍລິສັດ ອາວີ ພູຍວນ ທີ່ ແຂວງຊຽງຂວາງ
ບໍລິສັດໄດ້ຂຸດຄົ້ນ ແລະ ປຸງແຕ່ງຜະລິດຕະພັນແຮ່ເຫຼັກຂອງຕົນ,ໂດຍສອດຄ່ອງກັບລາຄາຕະຫຼາດສາກົນ,ທີ່ມີຜົນຮັບທາງດ້ານເສດຖະກິດຕໍ່ຄູ່ສັນຍາທັງສອງຝ່າຍ.

ດ່ານພັກສິນຄ້າ ເພື່ອລໍຖ້າໃນການກຽມ, ສົ່ງ-ອອກ ແຮ່ເຫຼັກ ສູ່ຕະຫຼາດໂລກ.

Iron ore is being ready for export to the global market at a shipping gate

ແຜນການຂຸດຄົ້ນ-ປຸງແຕ່ງແຮ່ເຫຼັກ ແລະ ການລົງທຶນ 

Investment in Mineral Processing and Exploration Plans

ອີງຕາມໃບມອບສິດຂອງນາຍົກລັດຖະມົນຕີ ເລກທີ 80ແລະ81ນຍ, ລົງວັນທີ 3 ພຶດສະພາ 2024, ທີ່ມອບສິດໃຫ້ກະຊວງ ແຜນການ ແລະ ການລົງທຶນ ເປັນຜູ້ເຊັນເຊີ່ງຕາງໜ້າເຊັ້ນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ມອບໝາຍໃຫ້ ບໍລິສັດ ອາວີພູຍວນ ຈຳກັດ ເປັນເສນາທິການ ໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກດ້ານວຽກງານແຜນການ ແລະ ການຂຸດຄົ້ນ-ແຮ່ເຫຼັກ, ຄົ້ນຄ້ວາ ກ່ຽວກັບຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກົນໄກ ແລະ ກ່ຽວກັບການຄຸ້ມຄອງເສດຖະກິດ, ວຽກງານສຳຫຼວດຂຸດຄົ້ນ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ການດຶງດູດ ແລະ ຍາດແຍ່ງການຊ່ວຍເຫລືອ ແລະການຣ່ວມມືເສດຖະກິດກັບ ຕ່າງປະເທດ.

ບໍລິສັດ ໄດ້ນຳໃຊ້ກົນຈັກໜັກ, ທີ່ຂັບເຄືອນດ້ວຍລະບົບໄຟຟ້າ ເຂົ້າໃນໜ້າວຽກປະຈຳບໍ່ເຫຼັກພູຍວນ

The company performs typical tasks in the Phuyuan field using heavy machinery powered by an electric system 

ໃນວັນທີ 08/09/2024 ທາງທີມງານຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງເກັບຕົວຢ່າງແຮ່,ຢູ່ສະໜາມຂອງ ບໍລິສັດ ອາວີ ພູຍວນ ມາຍນິ້ງ ຈຳກັດຜູ້ດຽວ, ເພື່ອນຳມາວິໃຈເຖິງຄຸນນະພາບຄວາມເຂັ້ມຂຸນຂອງແຮ່ເຫຼັກ.

ລັດຖະບານຈະມອບສິດຕໍ່ແຮ່ທາດທີ່ຖືກຂຸດຄົ້ນ ແລະ ປຸງແຕ່ງແລ້ວ ໃຫ້ແກ່ບໍລິສັດ,ເພື່ອດຳເນີນການຈຳໜ່າຍ ຕາມຂັ້ນຕອນ.

ແຜນການຂຸດຄົ້ນ ແລະ ຜະລິດແຮ່ເຫຼັກຂອງ ບໍລິສັດ, ມີການຜະລິດຢ່າງຕໍ່ເນື່ອງ ເພື່ອຕອບສະໜອງໃຫ້ທັນຕາມຄວາມຕ້ອງການຂອງຕະຫຼາດ ແລະ ຈະເພີ່ມການຜະລິດໃຫ້ໄດ້ຫຼາຍຂື້ນເລື້ອຍໆ 
In order to fulfill market demands, the company intends to explore for and produce iron ore continuously, with the possibility of increasing output more often.

ໃນຕອນເຊົ້າຂອງວັນທີ 22 ຕຸລາ 2024, ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່, ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ, ໃນເນື້ອທີ່ 1,356 ເຮັກຕາ ຢູ່ເຂດບ້ານນາຕໍ, ເມືອງຄູນ, ແຂວງຊຽງຂວາງ ຂອງບໍລິສັດ ອາວີ ພູຢວນ ມາຍນິ້ງ ຈໍາກັດຜູ້ດຽວ, ໂດຍການເປັນປະທານຮ່ວມກອງປະຊຸມ ທ່ານ ປອ ວົງຄໍາ ຈະເລີນສຸກ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່, ທ່ານ ຄອນແກ້ວ ພູນທອງໃສ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ , ທ່ານ ຄຳພູ ວັນນາຈັກ ທີ່ປືກສາ ບໍລິສັດ ອາວີ ພູຢວນ ມາຍນີ້ງ ຈຳກັດ ຜູ້ດຽວ, ແລະ ທ່ານ ວຽງພອນ ເມືອງຈະເລີນ ເຈົ້າເມືອງ ເມືອງຄູນ, ແຂວງຊຽງຂວາງ, ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ໃນຄັ້ງນີ້,ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຂະແໜງການກ່ຽວຂ້ອງຂອງທ້ອງຖິ່ນ, ກໍ່ຄືປະຊາຊົນທີ່ອາໄສຢູ່ໄກ້ເຂດໂຄງການຕັ້ງຢູ່ໄດ້ເຂົ້າໃຈເລິກເຊິ່ງເຖິງຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານ,ການພັດທະນາບໍ່ແຮ່ຂອງບັນດາໂຄງການດັ່ງກ່າວ. ພາຍຫລັງສຳເລັດການເຜີຍແຜ່ສັນຍາບັນດາໂຄງການດັ່ງກ່າວ,ທາງຄະນະວິຊາການຂອງກົມຄຸ້ມຄອງບໍ່ແຮ່,ກໍ່ໄດ້ລົງປັກຫລັກໝາຍຂອບເຂດເນື້ອທີ່ສຳປະທານເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ພາກສະໜາມຕົວຈິງ.

ເພື່ອເຮັດໃຫ້ ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ,ບ່ອນໂຄງການຕັ້ງຢູ່,ໃຫ້ມີຄວາມເຂົ້າໃຈຕໍ່ໂຄງການ,ເພື່ອສ້າງຄວາມເຂັ້ມແຂງ,ດ້ານຂອດການປະສານງານ,ເຊີ່ງກັນແລະກັນ,ເພື່ອເຮັດໃຫ້ບໍລິສັດດຳເນີນໂຄງການຂອງຕົນມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ,ລະບຽບການ,ສັນຍາ ແລະ ບົດວິພາກເສດຖະກິດ-ເຕັກນິກ/ແຜນການ ທີ່ກຳນົດໄວ້,ຂອງການປົກຄອງທ້ອງຖິ່ນ.

ແຜນການຈຳໜ່າຍແຮ່ເຫຼັກ ປະຈຳປີ 2024 ບໍລິສັດ ອາວີ ພູຢວນ ແຂວງຊຽງຂວາງ

Iron ore sales plan for 2024 of ARVY Phuyuan, Xiangkhuang Province

ARVY Phouyuan Mining Sole Co., LTD

Adress:

Na-tor Village, Khoon District, Xiangkhouang Province, Lao PDR.

Contact:

Tel: 021 832333

Email:
info@arvyinvestment.com