LAnexang assurance-LAP

ອີກບາດກ້າວໜື່ງຂອງ ARVY INVESTMENT CO.,LTD ພວກເຮົາ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ອົງກອນ. ພວກເຮົາໄດ້ຊື້ຮຸ່ນຂອງບໍລິສັດ ລ້ານຊ້າງປະກັນໄພ (100% )
ເພື່ອຮັບປະກັນຄວາມສ່ຽງທຸລະກິດໃນທຸກໆດ້ານຂອງພວກເຮົາ ແລະ ກຽມພ້ອມກັບການບໍລິການຮັບໃຊ້ສັງຄົມ.

ວັນທີ 20 ມີນາ 2025,ໄດ້ຈັດພິທີເຊັນສັນຍາ ການ ຊື້-ຂາຍ ຮຸ້ນຂອງ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ລະຫວ່າງ ທະນາຄານພັດທະນາລາວ ( LDB ) ແລະ ບໍລິສັດ ຮຸ້ນສ່ວນ ປະກັນໄພ ໄປສະນີ ( PTI ) ກັບ ບໍລິສັດ ອາວີ ອິນເວດສເມັ້ນ ຈຳກັດ ( RV ). ທີ່ໂຮງແຮມ ຮໍລິເດ ອິນ ແອນ ສະຫວີທສ ( Holiday Inn & Suites Vientiane Hotel ) ເປັນການລົງນາມລະຫວ່າງ ທ່ານ ແກ້ວສະຫວ່າງ ສອນມະນີ. ຜູ້ອຳນວຍການຝ່າຍສິນເຊື່ອທະນາຄານພັດທະນາລາວ. ( ຕາງໜ້າຂາຮຸ້ນຝ່າຍ LDB ), ທ່ານ ດ່ຽວ ຫງັອກຕ໋ວນ.( Dieu Ngoc Tuan ), ຜູ້ອຳນວຍການບໍລິຫານງານ, ບໍລິສັດ ຮຸ້ນສ່ວນປະກັນໄພໄປສະນີ.(ຕາງໜ້າຂາຮຸ້ນຝ່າຍ PTI ). ແລະ ທ່ານ ນາງ ແສງດວງດາວ ສິດພະໄຊ ຮອງປະທານ ບໍລິສັດ ອາວີ ອິນເວດສເມັ້ນ ຈຳກັດ.

SIGNING CEREMONY
FOR THE SHARE TRANSFER OF LANXANG ASSUAANCE PUBLIC COMPANY

BETWEEN LAO DEVELOPMENT BANK ( LDB ) AND POST AND TELECOMMUNICATION INSURANCE CORPORATON ( PTI ) AND ARVY INVESTMENT CO., LTD ທ່ານ ປ.ອ ຜາດອນ ອິນສະແຫວງ. ຜູ້ອຳນວຍການ ບໍລິສັດ ອາວີອິນເວດສເມັ້ນ ຈຳກັດ, ໄດ້ຕາງໜ້າມີຄຳເຫັນໃນພິທີດັ່ງກ່າວ ຊື່ງໄດ້ກ່າວໄວ້ວ່າ:ບໍລິສັດ ອາວີ ອິນເວດສເມັ້ນ ຈຳກັດ ,ມີຄວາມປິຕິຍິນດີ ແລະ ເປັນກຽດຢ່າງສູງທີ່ໄດ້ເຂົ້າມາມີສ່ວນຮ່ວມໃນການ ຊື້-ຂາຍ ຮຸ້ນຂອງ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ,ເນື່ອງຈາກພວກເຮົາໄດ້ເຫັນຄວາມສຳຄັນໃນທຸກໆດ້ານ,ລວມເຖິງການນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ,ເຂົ້າໃນການບໍລິຫານຈັດການວຽກງານ,ປະກັນໄພ ໄປຄຽງຄູ່ກັບການພັດທະນາ,ຍົກລະດັບ ການນໍາໃຊ້ບຸກຄະລາກອນຂອງ ບໍລິສັດ ໃຫ້ມີປະສິດທິພາບສູງຂື້ນ ແລະ ໄດ້ຮັບຜົນດີ , ທ່ານ ປ.ອ ຜາດອນ ອິນສະແຫວງ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດຕາມແນວທາງທີ່ວາງໄວ້,ເພື່ອຍົກລະດັບ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ, ໃຫ້ເປັນ ບໍລິສັດ ປະກັນໄພ ອັນດັບຕົ້ນໆ ຂອງ ສປປ ລາວ. ໃນພິທີເຊັນສັນຍາດັ່ງກ່າວໃນຄັ້ງນີ້ໄດ້ຈັດຂື້ນເພື່ອເປັນຂີດໝາຍອັນໃໝ່ ແຫ່ງການພັດທະນາ,ຍົກລະດັບທຸລະກິດປະກັນໄພ,ກໍຄືການຍົກລະດັບ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໃຫ້ກາຍເປັນ ບໍລິສັດ ປະກັນໄພອັນດັບຕົ້ນໆຂອງປະເທດ ແລະ ທຽບເທົ່າລະດັບສາກົນໃນອານາຄົດໄວໆນີ້.

ປະເພດລາຍການ ປະກັນໄພຕ່າງໆ

Ban PhonexayF Saysetha district, Vientiane Capital, Laos,

Tel: +85630 9029999
Mail: contact@lap.com.la
http: www.lap.com

Leave a Comment

Your email address will not be published. Required fields are marked *